Google Chrome
Microsoft Edge
Apple Safari
Mozilla Firefox
Intern, City SupportInternCompany DescriptionFoodpanda ເປັນສ່ວນໜຶ່ງຂອງ Delivery Hero Group, ເຊິ່ງເປັນແພລດຟອມຈັດສົ່ງອາຫານທ້ອງຖິ່ນຊັ້ນນໍາຂອງໂລກ. ພາລະກິດຂອງພວກເຮົາແມ່ນເພື່ອສົ່ງມອບປະສົບການທີ່ດີເລີດ - ໄວ, ງ່າຍ, ແລະ ສົ່ງເຖິງໜ້າປະຕູເຮືອນຂອງທ່ານ. ພວກເຮົາດໍາເນີນທຸລະກິດຢູ່ໃນປະມານ 65 ປະເທດທົ່ວໂລກ. ມີສໍານັກງານໃຫຍ່ຢູ່ທີ່ເບີລິນ, ເຢຍລະມັນ. Delivery Hero ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບ Frankfurt ຕັ້ງແຕ່ປີ 2017 ແລະ ເປັນສ່ວນໜຶ່ງຂອງດັດຊະນີຫຼັກຊັບ MDAX.Job Descriptionຊ່ວຍຊອກຫາຮ້ານອາຫານໃຫ້ເຂົ້າມາເປັນຄູ່ຮ່ວມທຸລະກິດກັບບໍລິສັດຕາມເປົ້າໝາຍທີ່ກຳນົດໄວ້;ຊ່ວຍລົງຂໍ້ມູນຮ້ານອາຫານໃໝ່ໃນລະບົບ;ຊ່ວຍປິດບັນຊີຮ້ານອາຫານທີ່ບໍ່ຜ່ານມາດຕະຖານ (zombie) ໃນລະບົບ;ຊ່ວຍວຽກ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍຈາກຫົວໜ້າສາຍງານ.Qualificationsຍິນດີຕອນຮັບນັກສຶກສາຈົບໃໝ່;ວຸທິການສຶກສາ ສາຂາບໍລິຫານທຸລະກິດ ຫຼື ສາຍອື່ນໆທີ່ກ່ຽວຂ້ອງ.ສາມາດນຳໃຊ້ຄອມພິວເຕີ/ໄອທີໄດ້, ມີຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ Email, MS Office ແລະ Google Suite.ມີທັກສະໃນການແກ້ໄຂບັນຫາສະເພາະໜ້າ, ການສື່ສານ ແລະ ການເຈລະຈາ, ຮັກໃນການບໍລິການ ແລະ ມີມະນຸດສຳພັນດີ.ມີພາຫະນະເປັນຂອງຕົນເອງ, ມີຄວາມຄຸ້ນເຄີຍ ແລະ ເຂົ້າໃຈສະພາບທ້ອງຖິ່ນ.ມີຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຊື້ຂາຍອາຫານອອນລາຍ ຫຼື ກ່ຽວກັບ/ຄ້າຍຄື ຟູດແພນດ້າ ຈະພິຈາລະນາເປັນພິເສດ.Additional Informationມີເງິນອຸດໜູນ ແລະ ສ່ວນຫຼຸດ ຟູດແພນດ້າ ໃຫ້!ມີລະບົບຮຽນຮູ້ດ້ວຍຕົນເອງອອນໄລ (self-paced online learning platform)ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ.By clicking the link above or any third-party link within this posting, you are leaving this site and going to a third-party website where the third-party website's terms and privacy policy applyI'm interestedI'm interestedPrivacy NoticeI'm interestedRefer a friendshare this jobShare to WeChat×Copy the link and open WeChat to share.Copy to clipboardOpen WeChatShare to WeChat×Use Scan QR Code in WeChat and click ··· to share.
Want jobs like this matched to you?
Swoopd scores fresh postings against your résumé so you only see the matches that matter.